ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານ ແຂວງໄຊຍະບູລີ ປະກາດການຈັດຕັ້ງ

ສະຫາຍ ພົນໂທ ສຈ ທອງລອຍ ສີລິວົງ ກຳມະການການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ​ ໃນ​ວັນ​ທີ 22/02/2024 ທີ່ ກບຊ ໄຊ​ຍະ​ບູລີ

     ໃນວັນທີ 22 ກຸມພາ 2024 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການຈັດຕັ້ງໂດຍການເປັນປະທານຂອງ ສະຫາຍ
ພົນໂທ ສຈ ທອງລອຍ ສີລິວົງ ກຳມະການການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງໄຊຍະບູລີ, ສະຫາຍ ພົນຈັດຕະວາ ກູດ ພົມມາ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາ
ການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ພະນັກງານຈາກກະ
ຊວງປ້ອງກັນປະເທດ, ຫ້ອງການ ປກຊ-ປກສ ແຂວງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນອົງການ 5
ຫ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານດຳລັດຂອງທ່ານນາຍົກລັດຖະ
ມົນຕີ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ພັກ
ການ-ຮັບອຸດໜູນບຳນານ, ພ້ອມທັງຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍອີງ
ຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ຍົກຍ້າຍນາຍທະຫານ; ອີງຕາມ ທິດທາງກ່ຽວກັບການປັບປຸງບູລະ
ນະກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ; ເຊິ່ງໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຍອງ ດວງດີ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ
ແຂວງໄຊຍະບູລີຜູ້ໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈ
ໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແບບລວມສູນປະຊາທິປະ
ໄຕ ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເຮັດວຽກໃຫ້ມີວິທະຍາສາດ, ເຄົາຮົບ ແລະ ປະຕິບັດຫຼັກການນຳພາຂອງພັກ,
ຕັ້ງໜ້າເປັນແບບຢ່າງທີ່ດີໃນທຸກໜ້າທີ່ວຽກງານ, ດຳລົງຊີວິດໃຫ້ປອດໃສຂາວສະອາດ, ສຸມໃສນຳພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ
ງານຂອງ ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະສົບຜົນສຳເລັດ, ນໍາພາກົມກອງກ້າວຂຶ້ນກາຍເປັນກົມກອງເຂັ້ມແຂງ ໜັກແໜ້ນ
ທີ່ມີລະບຽບແບບແຜນທັນສະໄໝຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວໂດຍ ສົມຈີນ
ວັນທີ 26/02/2024